ຄວາມສະເໝີພາບຍິງ-ຊາຍ
ຄວາມສະເໝີພາບຍິງ-ຊາຍ (Gender Equality) ແມ່ນການທີ່ຍິງ ແລະ ຊາຍ ມີສິດ, ພັນທະ, ຄວາມຮັບຜິດຊອບ ແລະ ໂອກາດເທົ່າທຽມກັນ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ໃນຄອບຄົວ. ມັນບໍ່ໄດ້ໝາຍຄວາມວ່າ ຍິງ ແລະ ຊາຍ ຕ້ອງຄືກັນທຸກຢ່າງທາງດ້ານຮ່າງກາຍ, ແຕ່ໝາຍເຖິງ “ຄຸນຄ່າ, ສິດ ແລະ ໂອກາດ” ໃນການດຳລົງຊີວິດ ແລະ ການພັດທະນາຕົນເອງ ຕ້ອງບໍ່ຖືກຈຳກັດ ຫຼື ກີດກັນ ຍ້ອນເຫດຜົນທາງດ້ານເພດ.
3 ອົງປະກອບຫຼັກຂອງຄວາມສະເໝີພາບຍິງ-ຊາຍ
ສິດເທົ່າທຽມກັນ (Equal Rights)
ການໄດ້ຮັບການປົກປ້ອງທາງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ສິດທິຂັ້ນພື້ນຖານໃນຖານະເປັນມະນຸດຢ່າງສະເໝີພາບ.
ໂອກາດເທົ່າທຽມກັນ (Equal Opportunities)
ໂອກາດໃນການໄດ້ຮັບການສຶກສາ, ການບໍລິການສາທາລະນະສຸກ, ການມີວຽກເຮັດງານທຳທີ່ມີກຽດ, ການຂຶ້ນນຳພາ-ຕັດສິນບັນຫາ ແລະ ການມີສ່ວນຮ່ວມໃນການພັດທະນາປະເທດຊາດ.
ການໄດ້ຮັບຜົນປະໂຫຍດເທົ່າທຽມກັນ (Equal Benefits)
ການໄດ້ຮັບການຕອບແທນ ທີ່ສົມເຫດສົມຜົນ ແລະ ຍຸຕິທຳ ຈາກການລົງແຮງງານ ຫຼື ຈາກການພັດທະນາ ເຊັ່ນ: ຄ່າຈ້າງທີ່ເທົ່າທຽມກັນໃນມູນຄ່າວຽກງານທີ່ເທົ່າກັນ.
ຢາກບັນລຸຄວາມສະເໝີພາບຍິງ-ຊາຍ (ເປົ້າໝາຍ ຫຼື ຜົນໄດ້ຮັບ) ຕ້ອງລຶບລ້າງການຈໍາແນກຕໍ່ແມ່ຍິງ (ແມ່ນວິທີການ ຫຼື ເງື່ອນໄຂຂັ້ນພື້ນຖານ)
- ເມື່ອບໍ່ມີການຈຳແນກທາງກົດໝາຍ ກໍຈະບັນລຸ ສິດເທົ່າທຽມກັນ (Equal Rights)
- ເມື່ອບໍ່ມີການຈຳແນກໃນການເຂົ້າເຖິງ ກໍຈະບັນລຸ ໂອກາດເທົ່າທຽມກັນ (Equal Opportunities)
- ເມື່ອບໍ່ມີການຈຳແນກໃນການປະເມີນຄ່າຂອງວຽກງານ ກໍຈະບັນລຸ ການໄດ້ຮັບຜົນປະໂຫຍດເທົ່າທຽມກັນ (Equal Benefits)
ເອກະສານ
Showing 5 documents
