ໃນວັນທີ 16 ທັນວາ 2021 ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດກອງ ປະຊຸມເຜີຍແຜ່ ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025), ແຜນດໍາເນີນ ງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025), ແລະ ແຜນດຳເນີນງານ ແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງ ຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ພາຍໃຕ້ການປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ, ພ້ອມດ້ວຍຜູ້ຕ່າງໜ້າ ຈາກບັນດາອົງການ ຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ອິນລະວັນ ແກ້ວບຸນພັນ ປະທານຄະນະ ບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູປະຈຳການ ຄຊກມດ ກ່າວວ່າ: ການຈັດກອງປະຊຸມ ໃນຄັ້ງນີ້, ແມ່ນຄວາມພະຍາ ຍາມ ແລະ ຄວາມຮັບຜິດຊອບ ຮ່ວມກັນຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ທີ່ຈະໄດ້ພ້ອມກັນປຶກສາຫາລື ແລະ ສົນທະນາແລກປ່ຽນ ຄໍາຄິດຄໍາເຫັນກ່ຽວກັບ ວຽກງານສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ກໍຄື ການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແມ່ ແລະ ເດັກ, ການລຶບລ້າງທຸກຮູບ ການຈຳແນກຕໍ່ແມ່ຍິງ ແລະ ສິດທິເດັກ ຢູ່ ສປປ ລາວ ແລະ ຫວັງວ່າ ກອງປະຊຸມຄັ້ງນີ້, ບັນດາຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ຈະສະໜັບສະໜູນ ສປປ ລາວ ເພື່ອພັດທະນາ ເສດຖະກິດ-ສັງຄົມ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ, ແຜນດໍາເນີນງານ ແຫ່ງຊາດ ເພື່ແມ່ ແລະ ເດັກ ແລະ ແຜນດຳເນີນງານ ແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ (2021-2025).
ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ບົດບາດຍິງ-ຊາຍ ແມ່ນພື້ນຖານທີ່ຈຳເປັນເພື່ອສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ, ການລຶບລ້າງທຸກຮູບ ການຈໍາແນກຕໍ່ແມ່ຍິງ ກ້າວໄປເຖິງຄວາມສະເໝີ ພາບຍິງ-ຊາຍ; ສິດທິເດັກຕ້ອງຄຳນຶງເຖິງ ຄວາມບອບບາງ, ລັກສະນະສະເພາະ ແລະ ຄວາມຕ້ອງການ ທີ່ເໝາະສົມກັບໄວ ແລະ ຄຳນຶງເຖິງຄວາມຈໍາເປັນ ໃນການພັດທະນາເດັກ ທັງເປັນປັດໄຈໜຶ່ງ ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ. ພັກ, ລັດຖະບານລາວ ໄດ້ເອົາໃຈໃສ່ຊີ້ນຳ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງແລະ ແມ່-ເດັກ (ຄຊກມດ) ໃນການປັບປຸງ ກົງຈັກການຈັດຕັ້ງ, ສ້າງນິຕິກໍາຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະ ຕິບັດໃນ ແຕ່ລະໄລຍະ ເປັນຕົ້ນ ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ປີ 2007, ກົດໝາຍວ່າດ້ວຍ ການດໍາເນີນຄະດີເດັກ ປີ 2013, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ປີ 2014. ໃນໄລຍະ 5 ປີ ຜ່ານມາ ຄຊກມດ ເປັນເສນາທິການ ໃຫ້ລັດຖະບານ ໄດ້ເອົາໃຈໃສ່ເຮັດບົດບາດ ໃນການສຶກສາ ຄົ້ນຄວ້າ ສ້າງນິຕິກຳ, ວິໄສທັດ, ຍຸດທະສາດ ແລະ ແຜນດຳ ເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ, ພັດທະນາເດັກ ການປ້ອງກັນ ແລະ ລຶບລ້າງການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກໃນແຕ່ລະໄລຍະ ບັນດານິຕິກຳ ແລະ ແຜນດໍາເນີນງານ ດັ່ງກ່າວນັ້ນ ໄດ້ເປັນບ່ອນອີງ ໃຫ້ ຄກມດ ຂະແໜງການ ແລະ ທ້ອງຖິ່ນ ກໍຄື ບັນດາຄູ່ຮ່ວມພັດທະນາ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໂດຍເຊື່ອມເອົາ ແຜນງານດັ່ງກ່າວ ເຂົ້າໃນແຜນພັດທະນາ ຂອງຂະແໜງການ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງທ້ອງຖິ່ນໄດ້ມີ ຄວາມຄືບໜ້າຫລາຍດ້ານ ເປັນຕົ້ນ ແມ່ຍິງໃນຕໍາແໜ່ງນຳພາ ແຕ່ລະຂັ້ນມີ ຈໍານວນເພີ່ມຂຶ້ນ, ແມ່ຍິງທີ່ເປັນເຈົ້າ ຂອງທຸລະກິດ ໃນຂະແໜງການຄ້າ ແລະ ການບໍລິການ ກວມຈໍານວນຫລາຍ, ຄອບຄົວທີ່ທຸກຍາກ ໄດ້ຮັບການ ຈັດສັນແຫລ່ງທຶນ, ຝຶກອົບຮົມເຕັກນິກ ວິຊາການປູກຝັງ-ລ້ຽງສັດ, ຈັດສັນທີ່ດິນທຳການຜະລິດ, ສ້າງສູນຝຶກອົບຮົມ ແລະ ໄດ້ຝຶກອົບຮົມວິຊາຊີບ ໃນຫລາຍຂະແໜງ; ເອົາ ໃຈໃສ່ຕໍ່ການ ສົ່ງເສີມສິດທິຂອງເດັກ ແລະ ການປັບປຸງ ຄຸນນະພາບຊີວິດ ການເປັນຢູ່ຂອງເຂົາເຈົ້າ, ໄດ້ຮັບບໍລິການ 7 ມິຕິພື້ນຖານ ຄື: ໂພຊະນາການ ແລະ ການບໍລິການສຸຂະພາບທີ່ດີ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອະນາໄມ ທີ່ປອດໄພ, ມີທີ່ພັກອາໄສ ທີ່ພຽງພໍ, ການພັດທະນາ ຂອງເດັກກ່ອນໄວຮຽນ, ເຂົ້າເຖິງການສຶກສາ ແລະ ຂໍ້ມູນຂ່າວສານ, ເຮັດໃຫ້ຊີວິດການເປັນຢູ່ ຂອງເດັກດີຂຶ້ນ.
ທ່ານ ກິແກ້ວ ໄຂຄຳພິທູນ ຍັງໃຫ້ຮູ້ອີກວ່າ: ໃນຊຸມປີຕໍ່ໜ້າ ຈະສືບຕໍ່ຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025), ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025), ແຜນດຳເນີນງານ ແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງ ຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ແລະ ແຜນພັດທະນາ ແມ່ຍິງແຫ່ງຊາດ (2021-2025) ໃຫ້ບັນລຸຜົນສໍາເລັດ ແລະ ມີໝາກຜົນທີ່ເປັນຮູບປະທໍາ ໂດຍຈະຕ້ອງໄດ້ເອົາໃຈໃສ່ ບາງໜ້າວຽກທີ່ສໍາຄັນ ເຊັ່ນ: ສ້າງທຸກເງື່ອນໄຂ ເພື່ອໃຫ້ຍິງ-ຊາຍ ແລະ ເດັກຍິງ-ຊາຍ ໄດ້ຮັບເງື່ອນໄຂ, ໂອກາດ, ການພັດທະນາ ແລະ ຜົນປະ ໂຫຍດທີ່ເທົ່າທຽມກັນ ໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ-ວັດທະນະທຳ ແລະ ຄອບຄົວ ເພື່ອເຮັດໃຫ້ຊີວິ ການເປັນຢູ່ທີ່ດີຂຶ້ນ, ໂດຍເພາະຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດ ໃຫ້ໄດ້ຮັບການພັດທະນາ ແລະ ສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວ ຫລຸດພົ້ນອອກຈາກ ຄວາມທຸກຍາກ. ນອກຈາກນີ້, ຍັງຈະສຸມໃສ່ພັດທະນາ ຊັບພະຍາກອນມະນຸດ, ປັບປຸງລະບົບປົກປ້ອງເດັກ ໂດຍສະເພາະການມີລູກ ແລະ ແຕ່ງງານກ່ອນໄວ, ສົ່ງເສີມການມີ ສ່ວນຮ່ວມຂອງເດັກ ແລະ ປ້ອງກັນການໃຊ້ ຄວາມຮຸນແຮງຕໍ່ເດັກ ລວມທັງການນຳໃຊ້ ສື່ອອນລາຍທີ່ບໍ່ປອດໄພ ສຳຫລັບເດັກ ແລະ ອື່ນໆ.
ຂ່າວຈາກ: ຂ່າວສານປະເທດລາວ

