ພິທີສະເຫຼີມສະຫຼອງວັນເດັກສາກົນ (1 ມິຖຸນາ 1925 – 1 ມິຖຸນາ 2026) ຄົບຮອບ 101 ປີ ຈັດຂຶ້ນໃນວັນທີ 01 ມິຖຸນາ 2026 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ); ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານ ຄຊກມດ ຜູ້ປະຈຳການ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ແລະ ຫຼານນ້ອຍນັກຮຽນ ຈໍານວນ 300 ກ່ວາຄົນ ເຂົ້າຮ່ວມຢ່າງພ້ອມພຽງ ດ້ວຍບັນຍາກາດຟົດຟື້ນ ມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ.
ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຊົມສານອວຍພອນເດັກລາວບັນດາເຜົ່າ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກສາກົນ 01 ມິຖຸນາ ປີ 2026. ຫຼັງຈາກນັ້ນ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ຮອງປະທານ ຄຊກມດ ຜູ້ປະຈຳການ ໄດ້ກ່າວມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນເດັກສາກົນ ທີ່ເລີ່ມຕົ້ນມາຈາກການຮັບຮອງຖະແຫຼງການເຊີແນວ ວ່າດ້ວຍສິດທິເດັກ ໃນປີ 1924 ແລະ ການກຳນົດເອົາວັນທີ 1 ມິຖຸນາ ເປັນວັນເດັກສາກົນຢ່າງເປັນທາງການນັບແຕ່ປີ 1925. ສໍາລັບຢູ່ ສປປ ລາວ, ວັນສໍາຄັນນີ້ໄດ້ຮັບການຈັດຕັ້ງສະເຫຼີມສະຫຼອງມາຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ແລະ ເດັກລາວບັນດາເຜົ່າໄດ້ຮັບການເອົາໃຈໃສ່ ໂດຍລັດຖະບານໄດ້ສຸມໃສ່ໃນການສົ່ງເສີມການມີຊີວິດລອດ, ໄດ້ຮັບການປົກປ້ອງ, ພັດທະນາ ແລະ ໃຫ້ເດັກມີສ່ວນຮ່ວມໃນການປະກອບຄຳຄິດເຫັນ ຢ່າງຕໍ່ເນື່ອງມາເຖິງປັດຈຸບັນ ເຊິ່ງການສະເຫຼີມສະຫຼອງວັນເດັກສາກົນໃນແຕ່ລະປີ ແມ່ນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເປັນສັນຍະລັກແຫ່ງ “ການປູກຝັງຊັບພະຍາກອນມະນຸດ ແລະ ການປູກຝັງທຳມະຊາດ” ໄປພ້ອມໆກັນ ໂດຍປຽບທຽບເດັກນ້ອຍເປັນດັ່ງໜໍ່ແໜງຂອງຊາດ ທີ່ຕ້ອງການການບົວລະບັດຮັກສາ ແລະ ພັດທະນາໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບ ເຊັ່ນດຽວກັນກັບຕົ້ນໄມ້ທີ່ຕ້ອງການການດູແລ ເພື່ອເປັນຮົ່ມເງົາໃນອະນາຄົດ, ທັງນີ້ກໍເພື່ອປູກຈິດສຳນຶກໃຫ້ຮັກສິ່ງແວດລ້ອມແຕ່ຫົວທີ ແລະ ສ້າງຂະບວນການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນໃນສັງຄົມ ເພື່ອນຳພາປະເທດຊາດໄປສູ່ການພັດທະນາແບບຍືນຍົງ.
“ເດັກກໍປຽບເໝືອນ ເມັດພັນພືດ ຫຼື ທຶນມະນຸດ ທີ່ກ້າວ່ານ ແລະ ປູກຝັງລົງໄປ, ພືດເຫຼົ່ານັ້ນຈະເຕີບໃຫຍ່ ແມ່ນຕ້ອງການດິນດີ, ຝຸ່ນດີ, ປຸຍດີ ໄດ້ຮັບການບົວລະບັດເອົາໃຈໃສ່ເບິ່ງແຍງດູແລ ເພື່ອໃຫ້ເຕີບໃຫຍ່ຂະຫຍາຍໂຕເປັນຊັບພະຍາກອນທີ່ສົມບູນມີຄຸນນະພາບ ເຊັ່ນດຽວກັນກັບເດັກ ກໍຕ້ອງການຄວາມຮັກ, ຄວາມອົບອຸ່ນ, ການດູແລເບິ່ງແຍງລ້ຽງດູໃຫ້ມີສຸຂະພາບ, ມີໂພຊະນາການ, ມີການສຶກສາ ແລະ ການປົກປ້ອງຮອບດ້ານ ເພື່ອເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກໃນການພັດທະນາ ແລະ ຕັດສິນຊາຕາກຳຂອງປະເທດຊາດໃນອະນາຄົດ.” > — ຄຳເຫັນບາງຕອນ ຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກ່າວເນັ້ນໜັກໃນພິທີ.
ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນໃນສັງຄົມ ທີ່ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມທັກສະ, ຄວາມຮູ້, ການກວດສຸຂະພາບ ແລະ ການຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ, ເດັກພິການ ແລະ ເດັກໃນເຂດຫ່າງໄກສອກຫຼີກ ຕະຫຼອດຮອດການສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ເຂົາເຈົ້າ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ຍົກສູງຄວາມຮັບຜິດຊອບ ໃນການຊຸກຍູ້, ສະໜັບສະໜູນ ແລະ ເພີ່ມທະວີການດູແລ, ປົກປ້ອງ ພ້ອມທັງພັດທະນາເດັກລາວບັນດາເຜົ່າຢ່າງຮອບດ້ານ ເພື່ອສ້າງໃຫ້ເຂົາເຈົ້າມີໄວເດັກທີ່ສົດໃສ, ເຕີບໃຫຍ່ຢ່າງເຂັ້ມແຂງ ເປັນກຳລັງຫຼັກຂອງຊາດ ແລະ ນຳພາປະເທດໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
ໃນວາລະການສະເຫຼີມສະຫຼອງຄັ້ງນີ້ ທ່ານ ປະທານ ຄຊກມດ ຍັງໄດ້ໃຫ້ກຽດ ຮ່ວມກັບການນຳແຕ່ລະພາກສ່ວນ ຢອດຢາ ວິຕາມິນ A ໃຫ້ກັບເດັກນ້ອຍ ແລະ ຢ້ຽມຊົມການວາງສະແດງຜົນງານກ່ຽວກັບການສົ່ງເສີມສິດທິເດັກ ຂອງແຕ່ລະພາກສ່ວນ. ໃນພິທີດັ່ງກ່າວ ບັນດາແຂກ ແລະ ຫຼານນ້ອຍ ນັກຮຽນທີ່ເຂົ້າຮ່ວມງານກໍໄດ້ພ້ອມກັບຮັບຊົມການນຳສະເໜີຜົນການຄົ້ນຄວ້າຂອງເດັກ ກ່ຽວກັບ ການຮັບມື ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການນຳໃຊ້ເຕັກໂນໂລຊີ ດິຈິຕອນ ທີ່ປອດໄພ ແລະ ການມີສ່ວນຮ່ວມໃນການສ້າງນະໂຍບາຍ; ໄດ້ຮັບຊົມວີດີໂອສັ້ນ, ການສະແດງສິລະປະຈາກຕົວແທນເດັກ, ການມອບຂອງຂວັນ ແລະ ກິດຈະກຳປິ່ນອ້ອມ ເຊິ່ງໄດ້ກາຍເປັນເວທີສຳລັບຫຼານນ້ອຍນັກຮຽນໄດ້ສະແດງຄວາມສາມາດຂອງຕົນ ພ້ອມທັງສ້າງບັນຍາກາດເບີກບານມ່ວນຊື່ນຮ່ວມກັນ.
#INTERNATIONAL CHILDREN’S DAY
#ຄຊກມດ #NCAWMC
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮຽກຮ້ອງທົ່ວສັງຄົມ ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນເດັກສາກົນ ຄົບຮອບ 101 ປີ.

