ນະຄອນຫຼວງວຽງຈັນ, 30 ກໍລະກົດ 2026 – ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ໄລຍະ 2021-2025 ແລະ ກຳນົດທິດທາງແຜນການ ໄລຍະ 2026-2030 ຂຶ້ນຢ່າງເປັນທາງການ ທີ່ໂຮງແຮມ ລາວ ພລາຊາ ໂດຍການເປັນປະທານຂອງ ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານ ຄຊກມດ.
ກອງປະຊຸມໄດ້ດຳເນີນເປັນເວລາ 1 ວັນເຕັມ ໂດຍມີ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄຊກມດ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຮອງປະທານອົງການ, ຮອງປະທານຄະນະກຳມະການປົກຄອງແຂວງ/ນະຄອນຫຼວງ ທັງເປັນປະທານ ຄກມດ ຂັ້ນແຂວງ ແລະ ເສນາທິການຊ່ວຍວຽກຈາກທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ ທັງໝົດ …..ຍິງ…..ຊາຍ…..
🌟 ກອງປະຊຸມໄດ້ຕີລາຄາຜົນສຳເລັດທີ່ພົ້ນເດັ່ນ (2021-2025)
📜ນະໂຍບາຍ & ແຜນງານ: ເຊື່ອມສານ 11 ຕົວຊີ້ບອກ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030) ແລະ ສຳເລັດການຮ່າງ 3 ແຜນດຳເນີນງານແຫ່ງຊາດ ໄລຍະໃໝ່.
🛠️ ຄູ່ມື & ມາດຕະຖານ (SOP): ສ້າງ SOP ຊ່ວຍເຫຼືອແມ່ຍິງ-ເດັກຍິງທີ່ຖືກເຄາະຮ້າຍ, ຄູ່ມືທັກສະຊີວິດ, ຄູ່ມືກຽມຄວາມພ້ອມອາຊີບ ແລະ ຄູ່ມືປ້ອງກັນຄວາມຮຸນແຮງໃນໂຮງຮຽນ.
🌐ພັນທະສາກົນ & ອາຊຽນ: ສົ່ງບົດລາຍງານ CEDAW ໄລຍະທີ 10, ບົດລາຍງານ ປັກກິ່ງ+30, ບົດລາຍງານ CRC ໄລຍະທີ 7 ແລະ ເປັນເຈົ້າພາບ “ເວທີເດັກອາຊຽນ” ຄັ້ງທີ 8 (ປີ 2024).
👥ຂະບວນການ & ການມີສ່ວນຮ່ວມ: ຈັດ “ເວທີເດັກລາວ” (ຄັ້ງທີ 4, 5) ແລະ ຈັດສະເຫຼີມສະຫຼອງວັນເດັກສາກົນ, ວັນເດັກໂລກ, ວັນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ທຸກໆປີ.
📊ການສຶກສາຄົ້ນຄວ້າ: ສຳເລັດບົດສຶກສາການແຕ່ງດອງກ່ອນໄວອັນຄວນ ແລະ ການຖືພາຂອງໄວໜຸ່ມ ແລະ ບົດວິໄຈສະພາບຄວາມທຸກຍາກຂອງເດັກຈາກການປ່ຽນແປງດິນຟ້າອາກາດ.
🏛️ດ້ານກົງຈັກ: ສໍາເລັດ ດຳລັດ ແລະ ນິຕິກຳຈັດຕັ້ງ-ເຄື່ອນໄຫວ (ສະບັບປັບປຸງ) ຂອງ ຄຊກມດ ແລະ ຄກມດ ທຸກຂັ້ນ ທຸກຂັ້ນ.
⚠️ກອງປະຊຸມໄດ້ຕີລາຄາ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກຂອງແຂວງ
👥 ດ້ານກົງຈັກການຈັດຕັ້ງ:
💰 ດ້ານງົບປະມານ:
💡 ຂໍ້ສະເໜີຂອງແຂວງ
🏛️ ດ້ານກົງຈັກ & ນິຕິກຳ:
🚗 ດ້ານງົບປະມານ, ພາຫານະ & ອຸປະກອນ:
🎓 ດ້ານການສ້າງຄວາມເຂັ້ມແຂງ & ຄູ່ມື:
ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໃສ່ທິດທາງ ແລະ ມາດຕະການຈຸດສຸມ ເພື່ອໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ:
🏛️ປັບປຸງນິຕິກຳ & ກົງຈັກ: ເລັ່ງປັບປຸງດຳລັດ 19/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊກມດ; ພ້ອມທັງປັບປຸງໂຄງປະກອບ ແລະ ແຕ່ງຕັ້ງຄະນະ ຄກມດ ແຕ່ລະຂັ້ນໃຫ້ສໍາເລັດ.
📑ຮັບຮອງແຜນດໍາເນີນແຫ່ງຊາດ & ງົບປະມານ (GRB): ເລັ່ງປັບປຸງຮ່າງ ແຜນດໍາເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງ ທີ V (2026-2030), ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030) ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີຄັ້ງທີ III (2026-2030) ເພື່ອສະເໜີຜ່ານກອງປະຊຸມລັດຖະບານ ປະຈຳເດືອນ ສິງຫາ 2026; ພ້ອມກຳນົດຂອບການຕິດຕາມ-ປະເມີນຜົນ ແລະ ນະໂຍບາຍຈັດສັນງົບປະມານທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້.
📈 ເຊື່ອມສານແຜນພັດທະນາ & ວາລະແຫ່ງຊາດ: ເຊື່ອມສານ 3 ແຜນແຫ່ງຊາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະຂັ້ນ ແລະ ສ້າງ “ຄອບຄົວ, ບ້ານ, ເມືອງ ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປະສະຈາກຄວາມຮຸນແຮງ” ຕາມວາລະແຫ່ງຊາດ.
👩👧ສົ່ງເສີມແມ່ຍິງ & ເດັກ:
⚖️ບັງຄັບໃຊ້ກົດໝາຍ & ບໍລິການຊ່ວຍເຫຼືອ: ຂະແໜງຍຸຕິທຳຕ້ອງບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ແລະ ສະໜອງການບໍລິການຂັ້ນພື້ນຖານ ທາງດ້ານສຸຂະພາບ ແລະ ສັງຄົມ ແບບບໍ່ເສຍຄ່າ ໂດຍຖືເອົາ “ຜູ້ຖືກເຄາະຮ້າຍເປັນໃຈກາງ”
💻ຫັນເປັນດິຈິຕອນ & ປະຊາສຳພັນ: ນຳໃຊ້ “ລະບົບການລາຍງານອີເລັກໂທຣນິກ” ເພື່ອສົ່ງບົດລາຍງານປະຈຳ ໄຕມາດ, 6 ເດືອນ, ປີ; ພ້ອມທັງເພີ່ມທະວີການໂຄສະນາຜ່ານສື່ດິຈິຕອນ, ວິທະຍຸຊຸມຊົນ ແລະ ພາສາຊົນເຜົ່າ.

