ປະຫວັດຄວາມເປັນມາ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
1. ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ
⁍⁍ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ (ຄກມຊ) ແມ່ນສ້າງຂຶ້ນບົນພື້ນຖານແນວທາງນະໂຍບາຍຂອງພັກລັດຖະທໍາມະນູນ ແລະ ກົດໝາຍຂອງລັດ ລວມທັງບັນດາສົນທິສັນຍາ ແລະ ຖະແຫຼງການສາກົນທີ່ ລັດຖະບານ ສປປ ລາວ ເປັນພາຄີ ຄື:
- ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ (ຊີດໍ) ທີ່ ສປປ ລາວ ໄດ້ລົງນາມ ໃນວັນທີ 17 ກໍລະກົດ 1980ແລະ ໃຫ້ສັດຕະຍາບັນ ໃນວັນທີ 14 ສິງຫາ 1981, ໃນມາດ ມາດຕາ 2 ແລະ 3 ໄດ້ວາງເປັນ “ພັນທະທາງກົດໝາຍ” (Legal Obligation): ໂດຍກຳນົດໃຫ້ລັດຖະບານມີໜ້າທີ່ ແລະ ຄວາມຮັບທັງໝົດໃນການສ້າງສະຖາບັນ, ກົນໄກລັດ ຫຼື ລະບົບປົກປ້ອງທາງກົດໝາຍຂຶ້ນມາ ເພື່ອລຶບລ້າງການຈຳແນກ ແລະ ປົກປ້ອງສິດທິຂອງແມ່ຍິງຢ່າງເປັນຮູບປະທຳ ເຊິ່ງຫາກລັດພາຄີໃດບໍ່ສ້າງກົນໄກດັ່ງກ່າວ ຈະຖືວ່າຂັດຕໍ່ພັນທະສົນທິສັນຍາສາກົນ. GR ສະບັບທີ 6 (ປີ 1988): ໄດ້ລະບຸ ແລະ ເນັ້ນໜັກຢ່າງຈະແຈ້ງວ່າ ໃຫ້ລັດພາຄີຕ້ອງ “ສ້າງ ແລະ/ຫຼື ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ກົນໄກແຫ່ງຊາດ (National Machineries)”, ສະຖາບັນ ຫຼື ຫ້ອງການປະສານງານ ທີ່ມີຊັບພະຍາກອນ, ງົບປະມານ ແລະ ບຸກຄະລາກອນວິຊາການທີ່ພຽງພໍ, GR ສະບັບທີ 28 (ປີ 2010 – ຂໍ້ທີ 39) ໄດ້ຕີຄວາມໝາຍ ມາດຕາ 2 ຢ່າງເດັດຂາດວ່າ ລັດພາຄີມີພັນທະທາງກົດໝາຍທີ່ຈະຕ້ອງສ້າງຕັ້ງກົນໄກແຫ່ງຊາດ (National Machinery) ທີ່ຕັ້ງຢູ່ໃນລະດັບສູງສຸດຂອງລັດຖະບານ, ມີພາລະບົດບາດ, ສິດອຳນາດ, ແລະ ງົບປະມານທີ່ພຽງພໍ ເພື່ອເຮັດໜ້າທີ່ປະສານງານ ແລະ ເຊື່ອມສານບົດບາດຍິງ-ຊາຍ.
- ຖະແຫຼງການແລະ ແຜນປະຕິບັດງານປັກກິ່ງ: ໄດ້ຖືກຮັບຮອງໃນປີ 1995 ໃນກອງປະຊຸມໃຫຍ່ ສປຊ: “ກອງປະຊຸມແມ່ຍິງໂລກຄັ້ງທີ IV” ຊຶ່ງເປັນແຜນຍຸດທະສາດລະດັບໂລກ ທີ່ເຮັດໜ້າທີ່ເປັນຄູ່ມືແນະນໍາລັດຖະບານໃນພາກປະຕິບັດຕົວຈິງ ໂດຍໄດ້ບອກລາຍລະອຽດຢ່າງຈະແຈ້ງວ່າ ລັດຖະບານມີໜ້າທີ່ ແລະ ພັນທະໂດຍກົງໃນການສ້າງກົນໄກແຫ່ງຊາດ (National Machinery) ຂອງຕົນຂຶ້ນມາ ໃນລະດັບມະຫາພາກ ເພື່ອເຮັດໜ້າທີ່ຂັບເຄື່ອນວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ, ກົນໄກດັ່ງກ່າວ ຄວນຕັ້ງຢູ່ໃນລະດັບສູງສຸດຂອງໂຄງສ້າງລັດຖະບານ ແລະ ພາຍໃຕ້ການນຳພາຂອງການນຳລະດັບສູງ ເພື່ອຮັບປະກັນສິດອຳນາດທາງການເມືອງ ໃນການຊີ້ນຳ ແລະ ປະສານງານຂ້າມຂະແໜງການ ໂດຍມີເຄືອຂ່າຍຈຸດປະສານງານ (Focal Points) ຢູ່ທຸກຂົງເຂດ ແລະ ທຸກຂັ້ນທ້ອງຖິ່ນ. ກົນໄກດັ່ງກ່າວ ຕ້ອງເນັ້ນໜັກພາລະບົດບາດຍຸດທະສາດ ດ້ານການອອກແບບນະໂຍບາຍ, ການຕິດຕາມກວດກາ ແລະ ການເຂົ້າຮ່ວມປະເມີນຜົນຮ່າງກົດໝາຍ ຫຼື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກ່ອນການອະນຸມັດ ໂດຍເຮັດໜ້າທີ່ເປັນເສນາທິການຊ່ຽວຊານໃນການຊຸກຍູ້ການເຊື່ອມສານບົດບາດຍິງ-ຊາຍ (Gender Mainstreaming) ແລະ ການຈັດສັນ ແລະ ຈັດຕັ້ງປະຕິບັດງົບປະມານທີ່ຄຳນຶງເຖິງບົດບາດຍິງ-ຊາຍ ເຂົ້າໃນທຸກພາກສ່ວນ. ພ້ອມກັນນັ້ນ, ລັດຖະບານຕ້ອງຮັບປະກັນການຈັດສັນງົບປະມານແຫ່ງລັດຢ່າງຄົງທີ່ ແລະ ພຽງພໍ ໂດຍບໍ່ເພິ່ງພາແຕ່ທຶນຊ່ວຍເຫຼືອຈາກສາກົນ, ມີການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນວິຊາການ ໃຫ້ມີທັກສະສູງດ້ານການວິເຄາະບົດບາດຍິງ-ຊາຍ, ແລະ ເປີດກວ້າງການຮ່ວມມືກັບອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ. ນອກຈາກນີ້, ກົນໄກນີ້ຄວນເປັນສູນກາງໃນການພັດທະນາ ແລະ ຈັດເກັບຂໍ້ມູນສະຖິຕິແຍກເພດ, ອາຍຸ ແລະ ຊົນເຜົ່າ ທີ່ທັນສະໄໝ ເພື່ອໃຊ້ເປັນຫຼັກຖານທາງວິທະຍາສາດທີ່ໜັກແໜ້ນ ໃນການວາງນະໂຍບາຍ ແລະ ຮອງຮັບການຫັນປ່ຽນທາງເສດຖະກິດ-ສັງຄົມຂອງປະເທດ ຢ່າງຍືນຍົງ.
⁍⁍ ຈາກນິຕິກໍາພາຍໃນ ແລະສາກົນນັ້ນ, ສູນກາງສະຫະພັນແມ່ຍິງລາວ ໃນຖານະທີ່ເປັນອົງການຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ອົງການດຽວຢູ່ ສປປ ລາວ ໃນຂະນະນັ້ນ ຮ່ວມກັບກະຊວງການຕ່າງປະເທດ ທີ່ເຂົ້າຮ່ວມການລົງນາມ ແລະ ໃຫ້ສັດຕະຍາບັນສົນທິສັນຍາຊີດໍ ແລະ ການຮັບຮອງ ຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ ໄດ້ທົບທວນ, ຄົ້ນຄ້ວາ ນິຕິກໍາຂອງ ສປປ ລາວ ແລະ ສາກົນ ເພື່ອຮ່າງບົດວິພາກ ໃນການສະເໜີສ້າງຕັ້ງ ແລະ ຮ່າງດໍາລັດ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ຂຶ້ນ ໂດຍຜ່ານການປຶກສາຫາລືກັບ ຄະນະກໍາມະການແຜນການ ແລະ ການຮ່ວມມື, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫັວດດີການ-ສັງຄົມ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ-ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2002 ; ຈາກນັ້ນ, ໄດ້ສະເໜີຫາລັດຖະບານ ເພື່ອອະນຸມັດ ແລະເຊັນ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄກມຊ ສະບັບເລກທີ 37/ນຍ, ລົງວັນທີ 01 ເມສາ 2003 ແລະ ໃນດໍາລັດດັ່ງກ່າວຍັງໄດ້ລະບຸ ປະທານ ຄກມຊ ແມ່ນຮອງນາຍົກລັດຖະມົນຕີ ແລະ ມີ ກອງເລຂາ ຊ່ວຍວຽກ ສັງກັດຢູ່ ສູນກາງສະຫະພັນແມ່ຍິງລາວ. ມາຮອດປີ 2006, ລັດຖະບານໄດ້ອອກຄໍາສັ່ງສະບັບເລກທີ 12/ນຍ, ລົງວັນທີ 14 ມິຖຸນາ 2006 ວ່າດ້ວຍການປັບປຸງບາງມາດຕາຂອງດໍາລັດ 37/ນຍ ໄດ້ລະບຸງົບປະມານຂອງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ເປັນງົບປະມານຂັ້ນສອງ ແລະຍ້າຍກອງເລຂາ ໄປຂຶ້ນກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
⁍⁍ ປີ 2011 ໄດ້ມີການປັບປຸງ ການຈັດຕັ້ງ ແລະ ການເຄື່ອນໄຫວ ຄກມຊ ໃໝ່ ຕາດໍາລັດ ສະບັບເລກທີ 561/ນຍ, ລົງວັນທີ 29 ທັນວາ 2011 ໂດຍມອບໃຫ້ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ເປັນປະທານ.
2. ຄະນະກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ
- ຄະນະກໍາມາທິການເພື່ອແມ່ ແລະ ເດັກ ແຫ່ງຊາດ (ຄມດຊ) ໄດ້ຮັບການສ້າງຕັ້ງຂື້ນໃນປີ 1992ເຊິ່ງແມ່ນພາຍຫຼັງຈາກ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງສົນທິສັນຍາວ່າດ້ວຍ ສິດທິເດັກ ໃນປີ 1991 ອີງຕາມ ມາດຕາ 4: ລັດຖະບານຕ້ອງໄປຈັດຕັ້ງ, ອອກແບບ ຫຼື ປັບປຸງລະບົບກົນໄກພາກລັດຂອງຕົນເອງ ເພື່ອມາຮັບຜິດຊອບວຽກງານນີ້ ແລະ ຄຳແນະນຳທົ່ວໄປ ສະບັບທີ 5: ລັດພາຄີ ຄວນມີການສ້າງຕັ້ງກົນໄກປະສານງານລະດັບຊາດ (National Coordination Mechanism) ທີ່ມີບົດບາດຈະແຈ້ງ ຢູ່ພາຍໃນໂຄງສ້າງຂອງລັດຖະບານ ແລະ ກົນໄກນີ້ຕ້ອງມີໜ້າທີ່ຮັບຜິດຊອບໃນການເຊື່ອມສານ (Mainstreaming), ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສິດທິເດັກໃນທຸກຂະແໜງການ. ຄມດຊ ໄດ້ເຄື່ອນໄຫວຕາມຂໍ້ຕົກລົງສະບັບເລກທີ 05/ນຍ, ລົງວັນທີ 16 ເມສາ 1992 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄມດຊ, ໂດຍແມ່ນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ເປັນປະທານ ແລະ ມີການສ້າງຕັ້ງ ກອງເລຂາ ຄມດຊ ຢູ່ ກະຊວງ ສາທາລະນະສຸກ.
- ປີ 1996-ເດືອນກຸມພາ 2011ໄດ້ມີດຳລັດ ສະບັບເລກທີ 63/ນຍ ລົງວັນທີ 21 ກຸມພາ 1996 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄມດຊ ພາຍໃຕ້ການເປັນປະທານ ຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແລະ ໄດ້ສ້າງຕັ້ງ ກອງເລຂາ ຄມດຊ ຢູ່ ກະຊວງ ການຕ່າງປະເທດ.
- ປີ 2011, ໄດ້ມີດໍາລັດ ສະບັບເລກທີ 363/ນຍ ລົງວັນທີ 20ຕຸລາ 2011 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄມດຊ ພາຍໃຕ້ການເປັນປະທານຂອງ ລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານ ແລະ ໄດ້ສ້າງຕັ້ງກອງເລຂາ ຄມດຊ ຢູ່ ຫ້ອງວ່າການລັດຖະບານ.
- ປີ 2013, ໄດ້ມີດໍາລັດ ສະບັບເລກທີ 221/ນຍ ລົງວັນທີ 5 ກັນຍາ 2013 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄມດຊ ພາຍໃຕ້ການເປັນປະທານ ຂອງ ລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານ
3. ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
ມາຮອດປີທ້າຍປີ 2016 ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການສືບຕໍ່ສັບຊ້ອນບາງວຽກງານຂອງລັດຖະບານ ສະບັບເລກທີ 83/ນຍ, ລົງວັນທີ 28 ຕຸລາ 2016 ໂດຍໃຫ້ ໂຮມ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ແລະ ຄະນະກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ເຂົ້າກັນ ແລະ ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ ເປັນປະທານ, ປະທານສູນກາງສະຫະພັນແມ່ຍິງລາວ ເປັນຮອງປະທານ ພ້ອມທັງເປັນຜູ້ປະຈໍາການ. ສໍາລັບກອງເລຂາຊ່ວຍວຽກຂອງທັງສອງຄະນະ ກໍໃຫ້ສັບຊ້ອນເຂົ້າເປັນກອງເລຂາດຽວ ແລະ ໄປສັງກັດຢູ່ສູນກາງສະຫະພັນແມ່ຍິງລາວ.
ໂດຍປະຕິບັດຕາມທິດຊີ້ນໍາຂອງລັດຖະບານ; ດັ່ງນັ້ນ, ຄກມຊ ແລະ ຄມດຊ ຈຶ່ງໄດ້ຮ່ວມກັນປັບປຸງບັນດານິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ ຕາມດໍາລັດສະບັບເລກທີ 110/ນຍ, ລົງວັນທີ 29 ມີນາ 2017 ເຊິ່ງມີຊື່ວ່າ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂຽນຫຍໍ້່າ “ຄຊກມດ”; ມາຮອດປີ 2023 ໄດ້ມີການປັບປຸງດໍາລັດສະບັບດັ່ງກ່າວມາເປັນດໍາລັດສະບັບເລກທີ 19/ນຍ ລົງວັນທີ 25 ມັງກອນ 2023 ແລະ ປ່ຽນຊື່ມາເປັນ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຂຽນເປັນພາສາອັງກິດວ່າ The National Commission for the Advancement of Women, Mothers and Children (NCAWMC).
